
ໂຄງຮ່າງການ
ມີ0 ຜະລິດຕະພັນ ລວມທັງຫມົດ: 0 |
|
|||||
|
|||||
ສະບາຍດີທຸກໆທ່ານທີ່ຕິດຕາມຮັບຟັງລາຍການສຽງເພງ ຈາກແດນໄກຂອງ VOA ວັນສຸກທີ່ຫາກໍຜ່ານໄປແລ້ວນີ້ ກົງກັບວັນແຫ່ງ ຄວາມຮັກພໍດີ ເພາະສະນັ້ນ ວັນນະສອນ ຂໍສົ່ງຄວາມຮູ້ສຶກທີ່ດີ ພ້ຽມພ້ອມທັງຄວາມຮັກຄວາມຫວັງດີ ມາກັບເພງນີ້ ເພື່ອມອບໃຫ້ ແຟນລາຍການທຸກໆທ່ານຈົ່ງ ປະສົບແຕ່ຄວາມສຸກສົມຫວັງ ຕະຫຼອດໄປ…ຂໍໃຫ້ຮັກກັນ ນານໆ ແລະເປັນແຟນລາຍການຂອງ VOA ຕໍ່ໆໄປ …
ເພງ "ຮັກເຈົ້າ ຕະຫຼອດໄປ" ເປັນຜົນງານເພງຂອງສິນລະປິນສາວລູກປະສົມ ທີ່ຍັງ ສືບຕໍ່ສ້າງຜົນງານເພງດີໆໃຫ້ພວກເຮົາໄດ້ຟັງກັນຢູ່ເລື້ອຍມາ ເປັນເພງທີ່ເໝາະກັບ ຊ່ວງວັນແຫ່ງຄວາມຮັກພໍດີ ເຊີນຮັບຟັງໄດ້. ເພງຕໍ່ໄປນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງທີ່ຂຽນເຂົ້າມາ email ເຂົ້າມາ ຈາກທ່ານນວນຕາ ແກ້ວມະນີ ຈາກສະຫວັນນະເຂດທີ່ຂຽນເຖິງ ຫົວໜ້າຜະແນກພາສາລາວ ຖາມທຸກສຸກ ສະບາຍດີແລະຂໍຟັງເພງ ສະຫວັນແດນຮັກ ຊຶ່ງເພງນີ້ ວັນນະສອນຫາກໍຈັດໃຫ້ໄດ້ ຟັງ ກັນ ໃນເມື່ອບໍ່ດົນມານີ້ມານີ້ ແລະອີກປະການນຶ່ງຢ້ານວ່າ ທ່ານຜູ້ຟັງຈະເບື່ອແລະ ເຂົ້າໃນຜິດທີ່ວ່າ ມັກແຕ່ຄົນສະຫວັນ ນະເຂດຊັ້ນບໍ່? ຄວາມຈິງແລ້ວວັນນະສອນ ກໍຮັ ຄົນລາວດ້ວຍກັນນັ້ນລະ ບໍ່ວ່າຈະມາຈາກຖິ່ນແດນໃດ ດັ່ງເນື້ອຫາຂອງເພງນີ້ ເພາະສະນັ້ນ ວັນນະສອນກໍເລີຍຂໍຈັດເພງທໍານອງດຽວກັນ ແຕ່ເປັນການຮ້ອງຕອບຂອງຝ່າຍຍິງ ທີ່ໄດ້ ສິນລະປິນສາວລາວ ຈາກອອສເຕຣເລຍ ແດງ ຈໍາພອນ ຂັບຮ້ອງ ໃນບົດເພງ "ສາວສະຫວັນຄອຍຮັກ." |
|||||
Related items
» ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ
» ຣັດເຊຍ ຄອບງຳຫຼຽນ ໃນການແຂ່ງຂັນ ໂອລິມປິກ ລະດູໜາວ ມື້ສຸດທ້າຍ ທີ່ເມືອງ Sochi » ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ) » EU ຢ້ານວ່າ ຈະເກີດ ສົງຄາມການຄ້າ ລະຫວ່າງ ຢູໂຣບກັບຈີນ (ວີດິໂອ) » ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ » ຊາວຝຣັ່ງກໍາລັງເຫີ່ກັນ ຮຽນພາສາຈີນກາງ ເພື່ອດຶງດູດເອົາລູກຄ້າ ຊາວຈີນ » ຣັດເຊຍ ຄອບງຳຫຼຽນ ໃນການແຂ່ງຂັນ ໂອລິມປິກ ລະດູໜາວ ມື້ສຸດທ້າຍ ທີ່ເມືອງ Sochi » ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ) » EU ຢ້ານວ່າ ຈະເກີດ ສົງຄາມການຄ້າ ລະຫວ່າງ ຢູໂຣບກັບຈີນ (ວີດິໂອ) |
ມື້ນີ້ 2 |
ມື້ວານ 2 |
Online 1 |
ຈຳນວນຄັ້ງເຂົ້າເບິ່ງ 4089 |
ສະເລ່ຍ4 |